Ad

Ad

7 June 2013

ໂຮງງານ​ຜະລິດ​ຢາ​ເລກ 3 ເຕີບ​ໃຫຍ່​ຂະຫຍາຍຕົວ



          ທ່ານ ດຣ ພູ​ງໂຂງ ​​ໂຈມ​ມາລາ ຮອງ​ຜູ້ອຳນວຍການ​ລັດ​ວິ​ສາ​ຫະກິດ ​ໂຮງງານ​ຜະລິດ​ຢາ​ເລກ 3 ໄດ້ໃຫ້​ສຳພາດ​ຕໍ່ນັກ​ຂ່າວ​ລາວ​ພັດທະນາ​ເມື່ອ​ບໍ່ດົນນີ້ ​ວ່າ: ​ໃນໄລຍະ​ຜ່ານ​ມາ​ຂະ​ແໜງການ​ຢາ​ລາວ​ໄດ້​ມີ​ການ​ຂະຫຍາຍຕົວ ​ແລະ ພົ້ນ​ເດັ່ນ​ໃນ​ສັງຄົມ ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ​ກໍ​ຄື​ການ​ຜະລິດ​ຢາ​ເພື່ອ​ຕອບ​ສະໜອງ​ໃຫ້​ແກ່​ໂຮງໝໍ ແລະ ສັງຄົມ​ໄດ້​ຢ່າງ​ທົ່ວ​ເຖິງ ​ແລະ ມີ​ຄຸນ​ນະພາ​ບ ຊຶ່ງ​ເຮັດ​ໃຫ້ການ​ປິ່ນປົວ​ພະຍາດ ຂອງ​ແພດໝໍ ແລະ ການ​ຮັກສາ​​ດີ​ຂຶ້ນກວ່າ​ເກົ່າ. ສຳລັບໂຮງງານ​ຜະລິດ​ຢາ​ເລກ 3 ພວມເລັ່ງ ປັບປຸງຄຸ​ນນະພາ​ບຂອງ​ໂຮງງານ​ໃຫ້​ສູງ​ ຂຶ້ນ ເພື່ອ​ກຽມກ້າວ​ເຂົ້າ​ສູ່​ປະຊາ​ຊົມ​ເສດຖະກິດ​ອາຊຽນ ຊຶ່ງ​ພາຍຫຼັງ​ໂຮງງານ​ໄດ້​ສ້າງຕັ້ງ ຂຶ້ນ​ມາ​ເກືອບ 20 ປີ ຊຶ່ງ​ແມ່ນ​ລັດຖະບານ​ຍີ່ປຸ່ນ ໄດ້​ໃຫ້ການ​ສະໜັບສະໜູນ ຊ່ວຍ​ເຫຼືອ ​ເພື່ອ​ສ້າງ​ໂຮງງານ ດັ່ງກ່າວ​ ແລະ ​ໄດ້​ເລີ່​ມ​ຜະລິດ​ມາ​ແຕ່​ປີ 1987. ການ​ສ້າງ ຕັ້ງ​ໂຮງງານ​ຜະລິດ​ຢາ​ເລກ 3 ​ເພື່ອ​ປະກອບ ສ່ວນ​ເຂົ້າ​ໃນ​ການ​ປັບປຸງ​ການ​ຮັກ ສາ​ສຸຂະພາບ​ຂອງ​ປະຊາຊົນ​ລາວ ຕາມ​ນະ​ໂຍບາຍ​ຂອງ​ລັດຖະບານ ໂດຍ​ຜ່ານ​ການ​ຜະລິດ​ຢາ​ຈຳ​ເປັນ​ພື້ນຖານກໍ​ຄື​ການຈັດຕັ້ງປະຕິບັດ​ຄົ້ນ​ຄວ້າ ​ແລະ ພັດທະນາ​ກິດ​ຈະ ກຳ​ກ່ຽວກັບ​ຕົ້ນ​ໄມ້ ທີ່​ເປັນ​ຢາ​ເພື່ອ​ນຳ​ໃຊ້​ວັດຖຸ​ດິບ​ພື້ນ​ເມືອງ​ພາຍ​ໃນ​ປະ​ເທດ. ຈາກ​ການຄົ້ນ​ຄວ້າ​ຜະລິດ​ຢາ​ເພື່ອ​ໃຫ້​ມີ​ຄຸນ​ນະພາ​ບ, ປັດຈຸ​ບັນ ໂຮງງານ​ຜະລິດ​ຢາ​ເລກ 3 ໄດ້​ກາຍ​ເປັນ​ໂຮງງານ​ຜະລິດ​ຢາ​ຕົວ​ແບບທີ່​ມີ​ຄຸນ​ນະພາ​ບ ​ແລະ ຮັບປະກັນໄດ້​ມາດຖານ​ສາກົນ​​ຮັບຮອງ ​ໂດຍ​ສະ​ເພາະ​ແມ່ນ​ຢາ ພື້ນ​ເມືອງ ຊຶ່ງ​ຖື​ໄດ້​ວ່າ​ໄດ້​ຮັບ​ຄວາມນິຍົມ​ຈາກຫຼາຍປະ​ເທດ​.

           ຮອງ​ຜູ້ອຳນວຍການ ໂຮງ ງານ​ຜະລິດຢາ​ເລກ 3 ໃຫ້​ຮູ້​ວ່າ: ປັດຈຸບັນ, ໂຮງງານຜະລິດ​ຢາ​ໄດ້​ກວ່າ 100 ຊະນິດ ​ໂດຍ​ມີ​ປະ​ເພດ ຢາພື້ນ​ເມືອງ ​ແລະ ຢາຫຼວງ. ສຳ ລັບ​ຢາພື້ນ​ເມືອງ​ສາມາດ​ຜະລິດ​ໄດ້ 60 ພັນ​ໂຕນ ຕໍ່ປີ, ຝ່າຍ​ຢາ​ສັກ​ສົ່ງ ຜະລິດ​ໄດ້ 930.550 ຖົງຕໍ່ປີ, ຢາ​ສັກ​ສົ່ງ 3.800.000 ຫຼອດຕໍ່ປີ, ຢາ​ເມັດ 183.300.000 ເມັດ​ຕໍ່ປີ, ຢາ​ນ້ຳ​ເຊື່ອມ 520.000 ຂວດ​ແກ້ວ ຕໍ່ປີ ແລະ ຢາ​ໃຊ້ສຳລັບພາຍ​ນອກ 437.500 ຂວດ​ແກ້ວ ຕໍ່ປີ. ໂຮງ ງານ​ຜະລິດ​ຢາ​ເລກ 3 ເປັນ​ລັດ​ວິ​ສາ​ຫະກິດ​ຂະ ໜາດກາງ, ​ແຕ່​ເຖີງຢ່າງ​ໃດ​ກໍ​ດີ ເພື່ອ​ຮອງ​ຮັບ​ການ ກ້າວ​ເຂົ້າສູ່​ປະຊາ​ຄົມ​ເສດຖະກິດ​ອາຊຽນ ໃນ​ປີ 2015 ນີ້, ທາງ​ໂຮງ ງານ​ຈະ​ຕ້ອງເລັ່ງປັບ​ຍົກ​ສູງ​ຄຸນ ນະພາ​ບການ​ຜະລິດ​ໃຫ້​ທັນ​ສະ​ໄໝ ໂດຍ​ມີ​ແຜນ​ຂະຫຍາຍ​ໂຮງງານ​ ​ແລະ ຄົ້ນຄວ້າ​ຜະລິດ​ຢາໃຫ້​ມີ ຫຼາຍກວ່າ 100 ຜະລິດ​ຕະພັນ ເພື່ອຈະ​ແຂ່ງຂັນ​ກັບ​ສາກົນ ແລະ ຮັບ​ໃຊ້​ສັງຄົມ​ໄດ້​ຢ່າງ​ທົ່ວ​ເຖິງພຽງພໍ.

No comments:

Post a Comment